ກອງປະຊຸມສະຫຼຸບ ການພັດທະນາວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງອຸດົມໄຊ, ໃນໄລຍະ 09 ເດືອນ ແລະ ແຜນຄາດຄະເນ 03 ເດືອນ ທ້າຍປີ 2017 ແລະ ພິທີມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນ ປະຈຳປີ 2016 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍ ເວລາ 13:30 ນາທີ ຂອງວັນທີ 26 ຕຸລາ 2017 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຂອງ ພະແນກດັ່ງກ່າວ. ໂດຍການເປັນປະທານຂອງ ສະຫາຍ ຫຸມພັນ ບຸບຜາຄຳ ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ, ມີພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກເຊີນ ຈາກບັນດາບໍລິສັດ ລັດລັດວິສາຫະກິດໄປສະນີລາວ, ບໍລິສັດລັດວິສາຫະກິດລາວໂທລະຄົມ, ລັດວິສາຫະກິດອີທີແອວ ມະຫາຊົນ ສາຂາ ອຸດົມໄຊ, ບໍລິສັດສະຕາໂທລະຄົມ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 08 ສະຫາຍ.
ກອງປະຊຸມຄັ້ງນີ້ໄດ້ມີການຜ່ານບົດສະຫຼຸບຕີລາຄາກ່ຽວກັບການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານໃນໄລຍະ 09 ເດືອນ ຜ່ານມາ ແລະ ແຜນຄາດຄະເນ 03 ເດືອນທ້າຍປີ 2017 ໃນການເຄື່ອນໄຫວວຽກງານໃນແຕ່ລະດ້ານຄື:
- ດ້ານການເມືອງແນວຄິດ: ຄະນະພັກ, ຄະນະພະແນກ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດເປັນກົກເພື່ອເຕົ້າໂຮມຄວາມສາມະຄີພາຍໃນ, ໂດຍນຳເອົນບັນດາເອະສານ ມູນເຊື້ອຂອງພັກ, ຂອງຊາດ ແລະ ເອກະສານສຳຄັນຕ່າງໆຂອງແຂວງ ມາຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ບັນດາພະນັກງານລັດຖະກອນພາຍໃນພະແນກ ຢ່າງເປັນປົກກະຕິ, ພະນັກງານທຸກຄົນ ມີແນວຄິດ ອຸ່ນອ່ຽງ ທຸ່ນທຽງ, ມີທັດສະນະຫລັກໝັ້ນຕໍ່ການຊີ້ນຳ, ນຳພາຂອງພັກ-ລັດ ແລະ ມີຄວາມຫ້າວຫັນຕໍ່ການປະຕິບັດໜ້າທີ່ວິຊາສະເພາະມີຜົນສຳເລັດຕາມຄາດໝາຍ.
- , ດ້ານວຽກງານບໍລິຫານ ແລະ ຈັດຕັ້ງ: ກໍ່ໄດ້ເຮັດສຳເລັດຕາມການມອບໝາຍຂອງຄະນະພັກ, ຄະນະພະແນກ ເປັນຕົ້ນແມ່ນ: ສຳເລັດກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຂອງຄະນະພັກຮາກຖານ ພະແນກ ປທສ ແຂວງ ແລະ ໄດ້ເຂົ້າຮ່ວມຂະບສນການຕ່າງໆ ຂອງພະແນກ ແລະ ຂອງແຂວງຈັດຂື້ນ, ດ້ານການຈັດຕັ້ງພະນັກງານແມ່ນ ການຍົກຍ້າຍ, ຊັບຊ້ອນ, ການສົ່ງພະນັກງານໄປຍົກລະດັບຄວາມຮູ້ຄວາມສາມາດ, ເລື່ອນຊັ້ນຂັ້ນເງິນເດືອນໃຫ້ແກ່ພະນັກງານ ແລະ ວຽກງານອື່ນໆ.
- ວຽກງານແຜນການ - ການເງິນ: ກໍ່ໄດ້ເຮັດສຳເລັດຕາມການມອບໝາຍຂອງຄະນະພັກ, ຄະນະພະແນກ ເປັນຕົ້ນແມ່ນ: ການສະຫຼຸບວຽກງານ ປທສ ປະຈຳ 03, 06 ເດືອນຕົ້ນປີ ວາງທິດທາງທ້າຍປີ 2017 ແລະ ທິດທາງແຜນການປະຈຳປີ 2018, ໄດ້ເຂົ້າການຝຶກອົບຮົມວຽກງານ ແຜນການ ການເງິນ, ສຳເລັດການມອບເງີນລາຍຮັບວິຊາການ ການຂື້ນແຜນເງິນເດືອນ ແລະ ວຽກງານອື່ນໆ
- ວຽກງານໄປສະນີ: ໄດ້ຊຸກຍູ້ລັດວິສາຫະກິດໄປສະນີ ໃຫ້ບໍລິການລຸກຄ້າທີ່ມາໃຊ້ບໍລິການ ໄປສະນີພັນທັງພາຍໃນ ແລະ ຕ່າງປະເທດ, ບໍລິການ ຮັບ - ສົ່ງຈົດໝາຍ, ບໍລິການເມດ່ວນ EMS ທັງພາຍໃນ ແລະ ຕ່າງປະເທດ , ໃບໂອນເງິນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ຕາມຄາດໝາຍເພື່ອມອບພັນທະເຂົ້າງົບປະມານຂອງແຂວງ.
- ວຽກງານໂທລະຄົມ: ສຳເລັດການອອກໃບອະນຸຍາດ ໃຫ້ບັນດາຮ້ານ ຈຳໜ່າຍ, ສ້ອມແປງ ອຸປະກອນໂທລະຄົມ ແລະ ອິນເຕີເນັດກາເຟ ປະເພດ 1, 2 ປະຈຳປີ, ສຳເລັດການ ອະນຸມັດການນຳໃຊ້ເບີໂທລະສັບສາຍດ່ວນ 04 ຕົວເລກ ໃຫ້ແກ່ 03 ພາກສ່ວນ.
- ດ້ານການຄຸ້ມຄອງພາກທຸລະກິດແມ່ນໄດ້ຊຸກຍູ້ໃຫ້ບັນດາບໍລິສັດ ຜູ້ປະກອບການດ້ານໂທລະຄົມ ໃຫ້ບໍລິການລຸກຄ້າໃຫ້ເພີ່ມຂື້ນເປັນຕົ້ນແມ່ນການນຳໃຊ້ ໂທລະສັບຕັ້ງໂຕະ, ມືຖື, ການນຳໃຊ້ບໍລິການ ອີນເຕີເນັດ ສູງຂື້ນ ເພື່ອມອບພັນທະເຂົ້າງົບປະມານຂອງແຂວງໃຫ້ໄດ້ຕາມຄາດໝາຍ.
- ວຽກງານອິນເຕີເນັດ ແລະ ບໍລິຫານລັດດ້ວຍເອເລັກໂຕນິກ: ສາມາດສ້າງເວຍໄຊໃຫ້ບັນດາ ພະແນກການອ້ອມຂ້າງແຂວງ ແລະ ເມືອງ ຈຳນວນ 07 ກົມກອງ, ຂຽນບົດຂ່າວລົງເວບໄຊ, ສົ່ງໃຫ້ສະຖານີວິທະຍຸໂທລະພາບຂອງແຂວງ ເປັນປົກກະຕິ.
ຫຼັງຈາກນັ້ນຄະນະຈັດຕັ້ງພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງອຸດົມໄຊ ວ່າດ້ວຍການຍ້ອງຍໍສັນລະເສີນໃຫ້ພະນັກງານຂອງ ພະແນກ ປທສ ແຂວງ ທີ່ມີຜົນງານດີເດັ່ນ ປະຈຳປີ 2016 ສະບັບເລກທີ 173/ຈຂ,ອຊ ລົງວັນທີ 28/02/2017 ຈຳນວນ 22 ສະຫາຍ ແລະ ໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກ ປທສ ແຂວງ ວ່າດ້ວຍການຍ້ອງຍໍຜູ້ທີ່ມີຜົນງານດີ ປະຈຳປີ 2016 ສະບັບເລກທີ 507/ພປທສ,ອຊ ລົງວັນທີ 11/10/2017 ຈຳນວນ 03 ສະຫາຍ ໄດ້ໃບຍ້ອງຍໍປະເພດດີ ຈາກຄະນະພະແນກ. ແລະ ຍັງໄດ້ມອບໃບຍ້ອງຍໍໃຫ້ບໍລິສັດ ສະຕາໂທລະຄົມ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນວຽກງານ ປທສ.
ໃນພິທີຄັ້ງນິ້ທ່ານ ສະເຫຼີມ ໄຊຍະວົງ ໄດ້ມີຄຳດຫັນໂອ້ລົມຕໍ່ພິທີ ກ່ອນອື່ນເພິ່ນໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນາຳເລັດທີ່ຍາດມາໄດ້ ແລະ ໃຫ້ທຸກຄົນສືບຕໍ່ຈັດປະຕິບັດຕາມພາລະບົດບາດ, ຂອບເຂດສິດຂອງຕົນ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກຕາມທິດທາງແຜນການ, ແຂ່ງຂັນກັນສ້າງຜົນງານ ເພື່ອເປັນບຸກຄົນດີເດັ່ນໃນປີຕໍ່ໄປ.
ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ຕອນ ແລະ ປິດລົງໃນເວລາ 16: 00 ນາທີ ດ້ວຍຜົນສຳເລັດອັນຈົບງາມ.